
SBS Lao
SBS (Australia)
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Location:
Sydney, NSW
Networks:
SBS (Australia)
Description:
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Language:
Multilingual
Contact:
SBS Radio Sydney Locked Bag 028 Crows Nest NSW 1585 Australia (02) 9430 2828
Email:
lao.program@sbs.com.au
Episodes
ວ່າດ້ວຍ ຄວາມເຈັບປວດຊໍາເຮື້ອ.
7/31/2025
ຄວາມເຈັບປວດຊໍາເຮື້ອບໍ່ແມ່ນຈະສົ່ງຜົນກະທົບແຕ່ພຽງຮ່າງກາຍເທົ່ານັ້ນ, ແຕ່ມັນສາມາດສົ່ງຜົນກະທົບທາງຈິດໃຈ, ທາງການເງິນ ແລະທາງຄວາມສຳພັນອີກດ້ວຍ. .ານປິ່ນປົວກໍຊັບຊ້ອນ ແລະ ຜູ້ຊ່ຽວຊານກຳລັງຮຽກຮ້ອງໃຫ້ຣັຖບານ ເຮັດຫຼາຍຂຶ້ນເພື່ອຊ່ອຍເຫຼືອ ຜູ້ທີ່ໃຊ້ຊີວິດຢູ່ກັບຄວາມເຈັບປວດນີ້.
Duration:00:06:20
ບົດບາດຂອງຈີນ ໃນເອເຊັຍຕາເວັນອອກສຽງໃຕ້
7/31/2025
ເນື່ອງຈາກການຖອນໂຕຂອງຜູ້ບໍຣິຈາກ ດັ້ງເດີມ, ຈີນກຳລັງມີບົດບາດສຳຄັນໃນການໃຫ້ກູ້ຢືມເງິນເພື່ອການພັດທະນາ. ຜູ້ຊ່ຽວຊານກ່າວວ່າ ການຫຼຸດລົງຂອງການແຂ່ງຂັນຈະເຮັດໃຫ້ຫຼາຍປະເທດຕ້ອງຍອມຮັບເອົາເງິນກູ້ຈາກຈີນດ້ວຍດອກເບັ້ຍສູງ. ແຕ່ມັນເປັນເງິນກູ້ ໃຫ້ແກ່ປະເທດ ທີ່ທຸກຍາກທີ່ສຸດໃນພູມີພາກ, ເຊັ່ນMyanmar, Laos ແລະ Cambodia ທີ່ສ້າງຄວາມກັງວົນ.
Duration:00:06:33
ສັບປະດາຂອງ ການບໍຣິຈາກອະໄວຍະວະ
7/30/2025
ທຸກຄົນກໍຮູ້ວ່າ ການບໍຣິຈາກອະໄວຍະວະສາມາດຊ່ອຍຊີວິດໄດ້. ໃນຂນະທີ່ ສີ່ໃນຫ້າຄົນ ຂອງຊາວອອສເຕຣເລັຍ ກ່າວວ່າ ເຂົາເຈົ້າສນັບສນູນ ການບໍຣິຈາກອະໄວຍະວະ ແລະແພຈຸລັງ, ມີພຽງແຕ່ຫນຶ່ງໃນສາມຄົນເທົ່ານັ້ນ ທີ່ໄດ້ລົງທະບຽນ ບໍຣິຈາກແທ້ໆ. ໜ່ວຍງານ The Organ and Tissue Authority ກ່າວວ່າ ສ່ວນຫນຶ່ງ ຂອງບັນຫາແມ່ນຄວາມເຂົ້າໃຈຜິດ ທີ່ວ່າສາສນາ ຫລືວັດທະນະທັມ ອາດເປັນອຸບປະສັກ.
Duration:00:06:21
ມີການພົບໄວຣັສ Mpox ສາຍພັນໃຫມ່ ໃນອອສເຕຣເລັຍ.
7/23/2025
ກໍຣະນີທີສອງ ຂອງອອສເຕຣເລັຍ ຂອງໄວຣັສ Mpox ຊຶ່ງເປັນສາຍພັນທີ່ຫາຍາກ ໄດ້ຖືກພົບເຫັນ ຢູ່ພາກຕາເວັນອອກສຽງໃຕ້ ຂອງQueensland. Mpox ສາຍພັນ Clade 1 ເຄີຍໄດ້ເຫັນພຽງແຕ່ເທື່ອດຽວ ໃນອອສເຕຣເລັຍເທົ່ານັ້ນ. ແຕ່ຣັຖບານ Queensland ກ່າວວ່າ ສາທາຣະນະຊົນ ບໍ່ຄວນກັງວົນ.
Duration:00:04:56
ປໂຍດຂອງການກວດໂຣກເບົາຫວານ.
7/23/2025
ໜ້ອຍຄົນຈະຮູ້ວ່າໂຣກເບົາຫວານ ເປັນສາເຫດສໍາຄັນ ຂອງການຕາບອດ ໃນຊາວອອສເຕຣເລັຍ ໃນອາຍຸທໍາງານ, ເປັນສາເຫດສໍາຄັນ ຂອງຫມາກໄຂ່ຫລັງເສື່ອມໂຊມ ແລະການຟອກເລືອດ ໃນອອສເຕຣເລັຍ. ມັນເພີ່ມຄວາມສ່ຽງ ຕໍ່ໂຣກຫົວໃຈ ແລະໂຣກເສັ້ນເລືອດໃນສມອງ (Stroke) ເຖິງສີ່ເທົ່າ. ມັນເປັນສາເຫດສໍາຄັນ ຂອງການຕັດຂາ ແລະມັນຍັງມີຜົນກະທົບອັນໃຫຍ່ຫລວງ ຕໍ່ສຸຂະພາບທາງຈິດໃຈຂອງຜູ້ຄົນ. ສນັ້ນການປ້ອງກັນຈະດີກວ່າການປິ່ນປົວສເມີ.
Duration:00:10:22
ລາຍງານກ່ຽວກັບອາການຖອນຢາ ຕ້ານອາການຊຶມເສົ້າ.
7/23/2025
ຢາຕ້ານອາການຊຶມເສົ້າ ເປັນຢາທີ່ໃຊ້ກັນຢ່າງກ້ວາງຂວາງທົ່ວໂລກ ແລະໃນອອສເຕຣເລັຍ. ປະມານຫນຶ່ງໃນເຈັດຄົນ ຂອງຊາວອອສເຕຣເລັຍ ກໍາລັງໃຊ້ຢາຕ້ານອາການຊຶມເສົ້າ (3.9ລ້ານຄົນ). ການທົບທວນ ທີ່ຖືກພິມໃນວາຣະສານ JAMA Psychiatry ຮວມການສຶກສາ 38 ເລື້ອງ ທີ່ມີໄລຍະສັງເກດຫລາຍກວ່າສອງອາທິດ, ຊຶ່ງເປັນໄລຍະເວລາທີ່ສໍາຄັນ ຊຶ່ງຄາດວ່າ ອາການຖອນຢາຈະເກີດຂືຶ້ນ.
Duration:00:08:13
Donald Trump ປະກາດການເກັບພາສີນຳເຂົ້າ
7/23/2025
ໃນວັນທີ 2 ເດືອນເມສາ ປີນີ້, ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ໃນບັນດາຜູ້ນໍາທົ່ວໂລກ, ໂດຍປະກາດການເກັບພາສີນຳເຂົ້າທັງຫມົດ ໄປທີ່ສະຫະຣັດອາເມຣິກາ. ຫລັງຈາກໄດ້ປ່ຽນແປງຕລາດການເງິນ ແລະກໍ່ໃຫ້ເກີດສົງຄາມການຄ້າທົ່ວໂລກ.
Duration:00:13:02
ຄຳພິພາກສາ ຕໍ່ການຕົກ ຂອງຖ້ຽວບິນ MH17
7/16/2025
ສານສິດທິມະນຸດຢູໂຣບ ໄດ້ມີຄຳພິພາກສາ ຄັ້ງປວັດສາດ ວ່າຣັສເຊັຍ ມີສ່ວນຮັບຜິດຊອບ ຕໍ່ການຕົກ ຂອງຖ້ຽວບິນ MH17 ຂອງ Malaysia Airlines ໃນປີ 2014. ຄຳພິພາກສາ ແມ່ນຕອບສນອງ ຕໍ່ສີ່ຄະດີຂອງ Ukraine ແລະ Netherlands ທີ່ຟ້ອງຣັສເຊັຍ ນັບຕັ້ງແຕ່ການເລີ່ມຕົ້ນ ຂອງການຂັດແຍ້ງໃນປີ 2014. ຄນະຜູ້ພິພາກສາ 17 ຄົນ ພົບວ່າ ນັບແຕ່ປີ 2014, ຣັສເຊັຍ ໄດ້ລະເມີດອະນຸສັນຍາສິດທິມະນຸດຢູໂຣບ ຢ່າງຊັດແຈ້ງ ແລະຢ່າງບໍ່ເຄີຍມີມາກ່ອນ.
Duration:00:09:51
ການສັ່ງຫ້າມການໃຊ້ສື່ສານມວນຊົນຂອງໄວລຸ້ນ
7/16/2025
ເມື່ອການສັ່ງຫ້າມ ການໃຊ້ສື່ສານມວນຊົນ ຂອງໄວລຸ້ນ ຈະມີຜົນບັງຄັບໃຊ້ໃນທ້າຍປີນີ້, ອອສເຕຣເລັຍ ຈະເປັນປະເທດທໍາອິດ ທີ່ພະຍາຍາມບັງຄັບໃຊ້ ອາຍຸຂັ້ນຕ່ຳທີ່ສຸດ ສໍາລັບສື່ສານມວນຊົນ. ໃນຂນະທີ່ຫຼາຍປະເທດກໍກຳລັງພິຈາຣເນາຈະນຳໃຊ້ກົດໝາຍທີ່ຄ້າຍຄືກັນນີ້.
Duration:00:08:18
ສັບປະດາ NAIDOC
7/16/2025
ສັບປະດາ NAIDOC ປີນີ້ ເປັນວັນຄົບຮອບ 50 ປີຂອງການໃຫ້ກຽດ ແກ່ສຽງ ແລະວັດທະນະທັມ ຂອງ First Nations ແລະ Michael Long ນັກເຄື່ອນໄຫວຜູ້້ບຸກເບີກ ແລະນັກກິລາ AFL ໄດ້ຖືກເລືອກ ໃຫ້ເປັນຜູ້ຊນະລາງວັນ Lifetime Achievement ຂອງ NAIDOC ໃນປີນີ້. Poster ກໍແມ່ນ ພາບສະທ້ອນທີ່ງົດງາມ ຂອງຫົວຂໍ້ຂອງສັບປະດາ NAIDOC ໃນປີນີ້: 'The Next Generation: Strength, Vision & Legacy'.
Duration:00:08:34
How is alcohol regulated and consumed in Australia? - ເຄື່ອງດື່ມປະເພດເຫຼົ້າ ມີການຄວບຄຸມ ແລະບໍຣິໂພກແນວໃດ ໃນອອສເຕຣເລັຍ?
7/16/2025
In Australia, alcohol is often portrayed as part of social life—especially at BBQs, sporting events, and public holidays. Customs like BYO, where you bring your own drinks to gatherings, and 'shouting' rounds at the pub are part of the culture. However, because of the health risks associated with alcohol, there are regulations in place. It’s also important to understand the laws around the legal drinking age, where you can buy or consume alcohol, and how these rules vary across states and territories. - ໃນອອສເຕຣເລັຍ ເຫຼົ້າມັກຖືກເບິ່ງວ່າ ເປັນສ່ວນຫນຶ່ງຂອງຊີວິດທາງສັງຄົມ ໂດຍສະເພາະ ໃນງານ BBQ, ການແຂ່ງຂັນກິລາ ແລະວັນພັກສາທາຣະນະ. ທໍານຽມເຊັ່ນ BYO, ບ່ອນທີ່ທ່ານເອົາເຄື່ອງດື່ມຂອງຕົນເອງ ໄປຮ່ວມງານລ້ຽງ, ແລະການ 'ລ້ຽງ' ຫຼື 'Shouting' ຢູ່ໃນ Pub ເປັນສ່ວນຫນຶ່ງຂອງວັດທະນະທັມ. ເຖິງຢ່າງໃດກໍຕາມ, ເພາະການສ່ຽງຕໍ່ສຸຂະພາບ ທີ່ກ່ຽວພັນກັບເຄື່ອງມຶນເມົາ, ຈຶ່ງມີຂໍ້ບັງຄັບ. ມັນກໍສໍາຄັນທີ່ຈະເຂົ້າໃຈກົດຫມາຍ ກ່ຽວກັບອາຍຸຂອງການດື່ມເຄື່ອງມຶນເມົາ ທີ່ຖືກຕ້ອງຕາມກົດຫມາຍ, ບ່ອນທີ່ທ່ານສາມາດຊື້ ຫລືດື່ມເຄື່ອງມຶນເມົາ, ແລະວິທີທີ່ກົດເຫລົ່ານີ້ ແຕກຕ່າງກັນ ລະຫວ່າງຣັດ ແລະເຂດປົກຄອງຕ່າງໆ.
Duration:00:13:15
ການຣົນນະຣົງ ກ່ຽວກັບໂຣກເຍື່ອຫຸ້ມສມອງອັກເສບ (Meningococcal)
7/16/2025
ໃນຂນະທີ່ອອສເຕຣເລັຍ ເຂົ້າສູ່ລະດູການສູງສຸດ ສໍາລັບ Meningococcal, ກໍມີໂຄງການແຫ່ງຊາດ ເພື່ອຍົກລະດັບຄວາມຮັບຮູ້ ກ່ຽວກັບໂຣກ ທີ່ມີຜົນກະທົບຕໍ່ຄົນຫນຸ່ມສາວ ແລະເດັກນ້ອຍ ເປັນສ່ວນໃຫຍ່.
Duration:00:07:41
ການຢ້ຽມຢາມອອສເຕຣເລັຍ ຂອງນາຍົກຣັຖມົນຕີ Fiji
7/9/2025
ໃນຄໍາປາໄສທີ່ສໍາຄັນ ທີ່ National Press Club ໃນ Canberra Sitiveni Rabuka ນາຍົກຣັຖມົນຕີ Fiji ໄດ້ສເນີໃຫ້ອອສເຕຣເລັຍ ລົງນາມໃນສົນທິສັນຍາ ຢ່າງເປັນທາງການ ກັບ Fiji ເພື່ອເປັນວິທີ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມສໍາພັນທາງການທູດ ແລະໄດ້ປະຕິເສດ ການເປັນເຈົ້າພາບ ແກ່ຖານທັບທະຫານຂອງຈີນ ໃນຂນະທີ່ການແຂ່ງຂັນ ດ້ານການເປັນຜູ້ນຳທາງທະຫານ ໃນເຂດປາຊີຟິກ ກຳລັງດຳເນີນຢູ່.
Duration:00:07:08
ການສືບຕໍາແຫນ່ງຂອງ Dalai Lama
7/9/2025
Dalai Lama ອົງປັດຈຸບັນ ອາຍຸກໍໃກ້ຈະຮອດ 90 ປີແລ້ວ. ຕອນນີ້ ມີການວາງແຜນທີ່ຈະຊອກຫາຜູ້ສືບຕໍ່ຕຳແໜ່ງ ຊຶງມີຄວາມສຳຄັນ ທັງທາງດ້ານການເມືອງ, ສາສນາ ແລະ ທັງເປັນສັນຍາລັກຂອງການຕໍ່ຕ້ານຈີນນຳອີກ....ແຕ່ Beijing ຢືນຢັນວ່າ ການກັບຊາດມາເກີດໃຫມ່ ທາງສາສນາ ຕ້ອງເປັນໄປຕາມກົດຫມາຍຂອງຈີນ. ຜູ້ຊ່ຽວຊານມີຄວາມເປັນຫ່ວງກ່ຽວກັນການທີ່ອາດຈະມີ Dalai Lama ສອງອົງ.
Duration:00:10:46
ອອສເຕຣເລັຍ ຈະບໍ່ເພີ່ມງົບປະມານ ດ້ານທະຫານ.
7/9/2025
ເຖິງແມ່ນວ່າ ກຸ່ມປະເທດ NATO ໄດ້ຕົກລົງ ຕາມຄໍາຂໍຮ້ອງ ຂອງສະຫະຣັດອາເມຣິກາ ທີ່ຈະເພີ່ມການໃຊ້ຈ່າຍ ເລື່ອງການທະຫານ. ແຕ່ອອສເຕຣເລັຍ ຢືນຢູ່ຢ່າງຫມັ້ນຄົງ ທີ່ຈະບໍ່ຍົກລະດັບການໃຊ້ຈ່າຍດ້ານທະຫານ ໃນລະດັບ ທີ່ຣັຖບານສະຫະຣັດອາເມຣິກາຮຽກຮ້ອງ, ແຕ່ອອສເຕຣເລັຍຈະໃຫ້ຄວາມຊ່ອຍເຫຼືອແກ່ Ukraine ໃນດ້ານອື່ນ.
Duration:00:08:23
This slur was used to abuse Concetta's father. For her, it's a proud identity - ຄໍາເວົ້າຫຍາບນີ້ ຖືກໃຊ້ເພື່ອທໍາຮ້າຍພໍ່ຂອງ Concetta. ສໍາລັບນາງ, ມັນເປັນເອກະລັກ ທີ່ໜ້າພາກພູມໃຈ.
7/9/2025
The term was used as an insult towards Greek and Italian migrants who arrived after the Second World War. But the generations that follow have reclaimed 'wog', redefining their cultural identity. - ຄໍານີ້ ຖືກໃຊ້ເປັນຄໍາຫມິ່ນປມາດ ຕໍ່ຜູ້ອົບພະຍົບຊາວກຣີກ ແລະອີຕາລີ ທີ່ມາເຖິງ ຫລັງຈາກສົງຄາມໂລກຄັ້ງທີສອງ. ແຕ່ຄົນລຸ້ນຕໍ່ໄປ ໄດ້ຮັບເອົາຄຳວ່າ 'wog' ຄືນມາ, ປ່ຽນແປງເອກະລັກໃໝ່ ທາງວັດທະນະທັມ ຂອງເຂົາເຈົ້າ.
Duration:00:10:05
ການຢ້ຽມຢາມອອສເຕຣເລັຍ ຂອງນາຍົກຣັຖມົນຕີ Fiji
7/3/2025
ໃນຄໍາປາໄສທີ່ສໍາຄັນ ທີ່ National Press Club ໃນ Canberra Sitiveni Rabuka ນາຍົກຣັຖມົນຕີ Fiji ໄດ້ສເນີໃຫ້ອອສເຕຣເລັຍ ລົງນາມໃນສົນທິສັນຍາ ຢ່າງເປັນທາງການ ກັບ Fiji ເພື່ອເປັນວິທີ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມສໍາພັນທາງການທູດ ແລະໄດ້ປະຕິເສດ ການເປັນເຈົ້າພາບ ແກ່ຖານທັບທະຫານຂອງຈີນ ໃນຂນະທີ່ການແຂ່ງຂັນ ດ້ານການເປັນຜູ້ນຳທາງທະຫານ ໃນເຂດປາຊີຟິກ ກຳລັງດຳເນີນຢູ່.
Duration:00:07:08
ປະຊຸມສຸດຍອດຂອງ NATO ທີ່ The Hague.
7/2/2025
ກຸ່ມປະເທດ NATO ໄດ້ຕົກລົງ ທີ່ຈະເພີ່ມງົບປະມານດ້ານທະຫານ ໃນກອງປະຊຸມສຸດຍອດ ທີ່ The Hague ຈາກສອງເປີເຊັນຂອງ GDP ເປັນຫ້າເປີເຊັນ ພາຍໃນປີ 2035. ໃນຂນະທີ່ ອອສເຕຣເລັຍສັນຍາຈະເພີ່ມການຊ່ອຍເຫຼືອທາງທະຫານແກ່ Ukraine.
Duration:00:07:54
ມີການຄົ້ນພົບ Dinosaur ສາຍພັນໃຫມ່
7/2/2025
Enigmacursor ເປັນ Dinosaur ສາຍພັນໃຫມ່ ທີ່ກິນຫຍ້າຂນາດນ້ອຍ ແລະອາສັຍຢູ່ ເມື່ອປະມານ 150 ລ້ານປີກ່ອນ ຄຽງຂ້າງກັບສັດໃຫຍ່ ເຊັ່ນ Stegosaurus ແລະ Diplodocus, ໄດ້ຖືກເປີດເຜີຍ ຢູ່ທີ່ພິພິດທະພັນ ປວັດສາດທັມມະຊາດ (Natural History Museum) ຂອງ London.
Duration:00:06:24
How home and contents insurance works in Australia - ການປະກັນພັຍບ້ານເຮືອນ ແລະຊັບສິນ (Contents) ເຮັດວຽກແນວໃດ ໃນອອສເຕຣເລັຍ
7/2/2025
Home and contents insurance is a safety net many households expect to rely on during difficult times. But it’s also a financial product that even experts can find challenging to navigate. Whether you own or rent your home, understanding your level of cover, knowing what fine print to look out for, and learning how to manage rising premiums can help you make more informed choices as a consumer. - ປະກັນພັຍບ້ານເຮືອນ ແລະຊັບສິນ (Contents) ເປັນຄວາມປອດພັຍ ທີ່ຫລາຍຄອບຄົວຄາດວ່າ ຈະເພິ່ງພາ ໃນເວລາທີ່ຍາກລຳບາກ. ແຕ່ມັນຍັງເປັນຜລິດຕະພັນທາງການເງິນ ທີ່ແມ່ນແຕ່ຜູ້ຊ່ຽວຊານ ກໍສາມາດພົບວ່າ ຍາກທີ່ຈະເຂົ້າໃຈ. ບໍ່ວ່າ ທ່ານຈະເປັນເຈົ້າຂອງ ຫຼືເຊົ່າເຮືອນຂອງທ່ານ, ເຂົ້າໃຈລະດັບການຄອບຄຸມ (Cover) ຂອງທ່ານ, ຮູ້ວ່າ ຕ້ອງລະວັງຫຍັງແດ່ ແລະຮຽນຮູ້ ວິທີຈັດການກັບລາຄາທີ່ເພີ່ມຂຶ້ນ ສາມາດຊ່ວຍທ່ານ ໃຫ້ເລືອກຢ່າງມີຂໍ້ມູນຫຼາຍຂຶ້ນ ໃນຖານະຜູ້ບໍຣິໂພກ.
Duration:00:11:47