
SBS Lao
SBS (Australia)
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Location:
Sydney, NSW
Networks:
SBS (Australia)
Description:
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Language:
Multilingual
Contact:
SBS Radio Sydney Locked Bag 028 Crows Nest NSW 1585 Australia (02) 9430 2828
Email:
lao.program@sbs.com.au
Episodes
ການນຳນ້ຳເສັຍ ມາໃຊ້ຄືນໃຫມ່ຢ່າງປອດພັຍ
2/20/2025
ໂລກກຳລັງພົບກັບວິກິດທາງການມີນ້ຳໃຊ້. ດ້ວຍການເພີ່ມຂຶ້ນຂອງປະຊາກອນ ແລະ ສະພາບພູມອາກາດ, ການມີນ້ຳສະອາດເພື່ອການດື່ມກິນ ແລະໃຊ້ ກໍນັບມີຈະມີປັນຫາ. ຫຼາຍໆປະເທດ ເລີ້ມຫາວິທີ ທີ່ຈະນຳນ້ຳທີ່ໃຊ້ແລ້ວມາເຮັດໃຫ້ບໍຣິສຸດ ແລະສາມາດນຳມາໃຊ້ໃນຄົວເຮືອນໄດ້.
Duration:00:07:38
ຢາຮັກສາມະເຮັງໃໝ່ໃນອອສເຕຣເລັຍ
2/20/2025
ນັກວິທຍາສາດ ຊາວ ອອສເຕຣເລັຍໄດ້ຄົ້ນພົບຢາຮັກສາໂຣກມະເຮັງໃໝ່ ຊຶ່ງໃຫ້ຄວາມຫວັງແກ່ຜູ້ທີ່ໃຊ້ຊີວິດກັບໂຣກນີ້. ແຕ່ນີ້ ຢານັ້ນຍັງບໍ່ທັນໄດ້ຖືກບັນຈຸຢູ່ໃນໂຄງການຜົນປໂຍດຂອງຢາ (Pharmaceutical Benefits Scheme) ເທື່ອ.
Duration:00:06:42
ຣັຖບານກຳລັງລົງທຶນ ໃນການຈູງໃຈກ່ຽວກັບ Bulk Billing
2/20/2025
ຕອນນີ້ ການໄປພົບນາຍໝໍທີ່ຮັບ Bulk Billing ນັ້ນຍາກເຕັມທີ. ນີ້ແມ່ນມາຈາກການຄົ້ນພົບຂອງລາຍງານໃຫມ່ ຊີ້ໃຫ້ເຫັນວ່າ ມີສັນຍານວ່າ ນາຍໝໍກໍາລັງບໍ່ເຕັມໃຈ ທີ່ຈະຄອບຄຸມຄ່າໃຊ້ຈ່າຍເຫລົ່ານີ້ ລ່ວງຫນ້າ. ແຕ່ ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ຕົວເລກຂອງການໄປຫານາຍໝໍ ໂດຍການເກັບເງິນທາງ Bulk Billing ແມ່ນເພີ່ມຂຶ້ນ...ຈາກຄວາມຊ່ອຍເຫລືອ ຈາກການລົງທຶນຂອງຣັຖບານ ໃນການຈ່າຍເງິນຈູງໃຈ (Incentive Payments) ສຳລັບຜູ້ມີບັດ Concession ແລະອາຍຸຕ່ຳກວ່າ 16 ປີ.
Duration:00:06:05
ການຫາສຽງໄດ້ເລີ້ມແລ້ວໂດຍທັງສອງພັກ.
1/20/2025
ເຖິງແມ່ນວ່າ ຍັງບໍ່ມີວັນຢ່າງເປັນທາງການ, ທັງນາຍົກຣັຖມົນຕີ ແລະຜູ້ນໍາຝ່າຍຄ້ານ ກໍເລີ້ມທຳການຫາສຽງ, ໄປຢ້ຽມຢາມເຂດເລືອກຕັ້ງ ແລະປະກາດເລື່ອງງົບປະມານ. ວັນເລືອກຕັ້ງທີ່ໄວທີ່ສຸດ ພາຍໃຕ້ກົດຫມາຍການເລືອກຕັ້ງ ແມ່ນເດືອນມິນາ ແລະຈະຕ້ອງແມ່ນກ່ອນວັນທີ 17 ເດືອນພຶດສະພາ.
Duration:00:06:30
ໂຄງການສນັບສນູນໃໝ່ສຳລັບຜູ້ເປັນ Autism.
1/19/2025
ຣັຖບານກາງ ໄດ້ເປີດເຜີຍ ຍຸດທະສາດ Autism ແຫ່ງຊາດ (National Autism Strategy) ເປັນເທື່ອທໍາອິດ ຂອງອອສເຕຣເລັຍ-ຊຶ່ງມີມູນຄ່າ 42ລ້ານໂດລາ ເພື່ອປັບປຸງການມີສ່ວນຮ່ວມ, ການເຂົ້າເຖິງ ແລະຜົນຮັບ ສໍາລັບຊາວອອສເຕຣເລັຍ ທີ່ເປັນ Autism.
Duration:00:07:36
ການຣົນນະຣົງ ຢ່າງບໍ່ເປັນທາງການໄດ້ເລີ້ມຂຶ້ນແລ້ວ
1/19/2025
ຜູ້ນໍາພັກຝ່າຍຄ້ານ Peter Dutton ໄດ້ເປີດການຣົນນະຣົງ ຢ່າງບໍ່ເປັນທາງການ ຂອງພັກ Liberal ຢູ່ພາກຕາເວັນອອກ ຂອງເມືອງ Melbourne ໃນວັນເສົາ (12 ເດືອນມັງກອນ) ໂດຍໄດ້ປະກາດວ່າພັກ Liberal "ກັບຄືນມາແລ້ວ" ແລະ ໄດ້ສເນີຕົນເອງວ່າແມ່ນນາຍົກຣັຖມົນຕີໃນວາຣະໜ້າ. Mr Dutton ກ່າວວ່າ ຄ່າຄອງຊີບ, ພະລັງງານນິວເຄລັຍ ແລະການຍ້າຍຖິ່ນຖານ ຈະເປັນຫົວຂໍ້ສໍາຄັນທີ່ສຸດ ຂອງພັກ ຖ້າຫາກພັກ Liberal ຊນະການເລືອກຕັ້ງ ແຕ່ຜູ້ຊ່ຽວຊານກ່າວວ່າ ມັນມີຫຼາຍປັດຈັຍທີ່ແຊກຊ້ອນ ສຳລັບການເລືອກຕັ້ງຂອງປີນີ້.
Duration:00:07:31
TikTok ກຳລັງຈະຖືກສັ່ງໃຫ້ຂາຍກິດຈະການຫຼືປິດລົງ.
1/19/2025
ສະພານິຕິບັນຍັດ ຂອງສະຫະຣັດອາເມຣິກາ ກຳລັງຈະ ສັງ TikTok ໃຫ້ຂາຍກິດຈະການຫຼືປິດລົງ ເພື່ອຄວາມເປັນອິດສຣະຢ່າງເຕັມທີ່, ແລະຈະບໍ່ເປັນເຄື່ອງມື ຂອງຣັຖບານຈີນ. ແຕ່ກໍມີ ຄື້ນຂອງການປະທ້ວງ ແລະຄວາມກະຕືລືລົ້ນ ທີ່ຈະໃຊ້ App ອື່ນຂອງຈີນ. ເຖິງແມ່ນວ່າ ການປິດລົງຂອງ TikTok ຈະບໍ່ກະທົບຜູ້ໃຊ້ໃນ ອອສເຕຣເລັຍ ແຕ່ຜູ້ຊ່ຽວຊານກ່າວ່າ ມັນຈະກະທົບໂດຍທາງອ້ອມ.
Duration:00:08:08
ໂຄງການຂຍາຍອຳນາດຂອງ Trump.
1/13/2025
ເຖິງແມ່ນວ່າຍັງບໍ່ທັນໄດ້ເຂົ້າຮັບຕຳແໜ່ງເປັນທາງການເທື່ອ ແຕ່ Trump ກໍມີໂຄງການທີ່ຈະຮວມເອົາ ທັງດິນແດນ ແລະການຄວບຄຸມຕ່າງໆ ໃນຕ່າງປະເທດ. ນັ້ນກໍ່ໃຫ້ເກີດປະຕິກິຣິຍາຕໍ່ຕ້ານຢ່າງແຮງ.
Duration:00:09:48
ການຮັບຮອງຕຳແໜ່ງ ຂອງ Donald Trump
1/13/2025
ສະພາສູງ ຂອງອາເມຣິກາ ໄດ້ຮັບຮອງໄຊຊນະ ການເລືອກຕັ້ງປະທານາທິບໍດີ ປີ 2024 ວ່າ Donald Trump ມີວາຣະຈະເລີ່ມຕົ້ນໃນຕຳ ແໜ່ງນີ້ ໃນວັນທີ 20 ເດືອນມັງກອນ ປີ 2025. ຜ້ຊ່ຽວຊານ ແລະຜູ້ສັງເກດການດ້ານການເມືອງອາເມຣິກາ ກ່າວວ່າ ເຫດການນີ້ ຈະແບ່ງແຍກ ອາເມຣິກາ ແລະມັນອາດເກີດຂຶ້ນໄດ້ອີກ ໃນອະນາຄົດ ຍ້ອນວ່າ ຣັຖທັມມະນູນ ມີຊ່ອງວ່າງໃນຄວາມສາມາດ ໃນການກວດສອບ ແລະຄວາມຖ່ວງດຸນອໍານາດ ໃນລະບົບ ເພື່ອໃຫ້ຜູ້ປົກຄອງຮັບຜິດຊອບ.
Duration:00:08:42
ຊາວ Queensland ໄດ້ຖືກຊຸກຍູ້ໃຫ້ສັກວັກຊີນ ໄຂ້ຫວັດໃຫຍ່.
1/13/2025
ຊາວ Queensland ກໍາລັງຖືກຊຸກຍູ້ ໃຫ້ໄປຮັບການສັກ Vaccine ປ້ອງກັນໄຂ້ຫວັດໃຫຍ່ ແລະວ່າ ມັນຈະສືບຕໍ່ສເນີ Vaccine ຟຣີ ໃນການຄາດການວ່າ ລະດູໄຂ້ຫວັດໃຫຍ່ ທີ່ອັນຕະຣາຍກຳລັງຈະມາຮອດ. ການເຮັດດັ່ງນັ້ນກໍເພາະວ່າ ມັນເປັນຄວາມເໝາະສົມທາງເສດຖະກິດ ທີ່ວ່າຖ້າຫາກເຂົາເຈົ້າລົງທຶນໃນການດູແລສຸຂະພາບຂັ້ນຕົ້ນ ແລະການປ້ອງກັນສຸຂະພາບ, ແລ້ວເຂົາເຈົ້າຈະບໍ່ຈໍາເປັນ ຕ້ອງເສັຍເງິນຫລາຍ ໃນການຮັກສາໂຣກ ໃນອີກດ້ານຫນຶ່ງ.
Duration:00:11:16
ປ້າຍເຕືອນໂຣກມະເຮັງຢູ່ໃນເຫລົ້າ.
1/13/2025
ເຫລົ້າເປັນສາເຫດອັນດັບສາມ ຂອງໂຣກມະເຮັງ ທີ່ສາມາດປ້ອງກັນໄດ້, ຮອງຈາກຢາສູບ ແລະໂຣກຄວາມອ້ວນ. ທ່ານຫມໍຊັ້ນແນວໜ້າ ຂອງສະຫະຣັດອາເມຣິກາ ກໍາລັງຮຽກຮ້ອງ ໃຫ້ມີການເຕືອນ ເລື່ອງໂຣກມະເຮັງ ຢູ່ໃນເຄື່ອງດື່ມເຫລົ້າ ຂອງປະເທດ ແລະອອສເຕຣເລັຍກຳລັງຖົກຖຽງວ່າ ມາດຕະການນີ້ ຄວນນຳເອົາມສໃຊ້ ສຳລັບຜູ້ບໍຣິໂພກອອສເຕຣເລັຍຫຼືບໍ່?
Duration:00:07:30
ຄົບຮອບ 50 ປີຂອງລົມພະຍຸ ເຂດຮ້ອນ (Tropical Cyclone) Tracy.
1/6/2025
ໃນວັນ ຄຣິສມັສ ປີ 1974, ພາຍຸເຂດຮ້ອນ Tracy ໄດ້ທຳລາຍເມືອງ Darwin ແລະໄດ້ສ້າງຄວາມເສັຍຫາຍແກ່ຊັບສິນ ແລະຊີວິດຂອງປະຊາຊົນ. ປີນີ້ ກໍແມ່ນມື້ຄົບຮອບ 50 ປີຂອງພັຍພິບັດນັ້ນ ຊຶ່ງຍັງຢູ່ໃນຄວາມຊົງຈຳ ຂອງຜູ້ທີ່ປະສົບກັບມັນ.
Duration:00:12:49
ອອສເຕຣເລັຍຈະເປີດສະຖານທູດອີກ ທີ່ Ukraine
1/6/2025
ຫຼັງຈາກທີ່ຖືກປິດເນື່ອງຈາກການບຸກຣຸກ ຂອງ ຣັສເຊັຍ, ອອສເຕຣເລັຍຈະເປີດສະຖານທູດອີກເທື່ອນຶງໃນ Ukraine ຕົ້ນປີໜ້າ. ໃນຂນະທີ່ ປະເທດຕາເວັນຕົກອື່ນໆ ໄດ້ເປີດສະຖານທູດຂອງຕົນເອງຄືນເປັນເວລານານແລ້ວກໍຕາມ. ຣັຖມົນຕີການຕ່າງປະເທດ, Penny Wong ກ່າວວ່າ ອອສເຕຣເລັຍເຮັດເຊັ່ນນັ້ນກໍດ້ວຍເຫດຜົນດ້ານຄວາມປອດພັຍ ບໍ່ແມ່ນຍ້ອນການຕອບຮັບໂຕ້ ຕໍ່ຄໍາສັນຍາຂອງຝ່າຍຄ້ານ ທີ່ຈະເປີດສະຖານທູດອີກ ຖ້າຫາກຊນະການເລືອກຕັ້ງ.
Duration:00:07:14
ກົດບັດສິດທິຂອງຜູ້ໂດຍສານທາງອາກາດ ຂອງ ອອສເຕຣເລັຍ.
1/6/2025
ກົດໝາຍຄຸ້ມຄອງຜູ້ບໍຣິໂພກກຳລັງຈະຖືກສເນີຕໍ່ຣັຖສະພາໃນການແກ້ປັນຫາຂອງຜູ້ໂດຍສານທາງອາກາດ ທີ່ ບໍ່ໄດ້ຮັບຄວາມເປັນທັມ. ຈະມີບົດລົງໂທດສຳລັບາຍການບິນ ທີ່ລະເມີດກົດໝາຍນີ້ ຊຶ່ງໃນເດືອນສິງຫາ ປີ 2023 Qantas ໄດ້ຕົກລົງ ທີ່ຈະຈ່າຍເງິນ 20 ລ້ານໂດລາ ໃຫ້ລູກຄ້າຫລາຍກວ່າ 86,000ຄົນ (ຂຶ້ນຢູ່ກັບການອະນຸມັດຂອງສານ)-ນອກເຫນືອໄປຈາກ ການລົງໂທດປັບໃໝ $100 ລ້ານ ສໍາລັບການລະເມີດກົດຫມາຍຄຸ້ມຄອງ ຜູ້ບໍຣິໂພກຂອງອອສເຕຣເລັຍ.
Duration:00:06:29
ຄົບຮອບຊາວປີຂອງ Tsunami.
1/6/2025
ໃນວັນທີ 26 ເດືອນທັນວາ ປີ 2004, ແຜ່ນດິນໄຫວໃຕ້ທະເລ ຂນາດ 9.1 ຊຶ່ງໄດ້ກໍ່ໃຫ້ເກີດຄື້ນ Tsunami ແລະໄດ້ແຜ່ຂຍາຍໄປທົ່ວມະຫາສມຸດອິນເດັຍ, ດ້ວຍຄວາມໄວ 800 ກິໂລແມັດ ຕໍ່ຊົ່ວໂມງ. ມັນໄດ້ນໍາພັຍທັມມະຊາດ ມາສູ່ 14 ປະເທດ, ໄດ້ກວາດລ້າງຊຸມຊົນ ທັງຫມົດໃນເອເຊັຍຕາເວັນອອກສ່ຽງໃຕ້ ແລະເອເຊັຍໃຕ້ ແລະສົ່ງຜົນກະທົບ ຕໍ່ເຂດແຄມຝັ່ງທະເລ ຈົນເຖິງອາຟຣິກາ ຕາເວັນອອກ. ລວມແລ້ວ ມີຜູ້ເສັຍຊີວິດ ຢ່າງຫນ້ອຍ 225,000 ຄົນ.
Duration:00:08:04
ຄຳເຕືອນຂອງ NATO ກ່ຽວກັບສົງຄາມໃນຢູໂຣບ.
12/17/2024
ຜູ້ນຳຄົນໃຫມ່ຂອງ NATO ໄດ້ຮຽກຮ້ອງ ໃຫ້ມີການໃຊ້ຈ່າຍດ້ານການປ້ອງກັນຫລາຍກວ່າເກົ່າ ເພື່ອຕ້ານກັບຣັສເຊັຍ, ໂດຍກ່າວວ່າ ສະມາຊິກພັນທະມິດ ຕ້ອງ 'ປ່ຽນຄວາມຄິດໃນຍາມສົງຄາມ' ພ້ອມທັງອະທິບາຍເຖິງສະຖານະການ ຄວາມໝັ້ນຄົງທົ່ວໂລກ ວ່າເປັນ 'ສິ່ງທີ່ຮ້າຍແຮງທີ່ສຸດໃນຊີວິດຂອງລາວ' ແລະໄດ້ເຕືອນ ເຖິງຄວາມທະເຍີທະຍານ ຂອງປະເທດຈີນ.
Duration:00:05:01
Understanding how pharmacies operate in Australia - ທຳຄວາມເຂົ້າໃຈວ່າຮ້ານຂາຍຢາ ດໍາເນີນງານແນວໃດໃນອອສເຕຣເລັຍ
12/17/2024
In Australia pharmacists dispense prescription medications and provide healthcare advice, educating the community on the use of medicines and disease prevention. - ໃນອອສເຕຣເລັຍ ທ່ານຫມໍຢາໃຫ້ຢາຕາມໃບສັ່ງໝໍ, ໃຫ້ຄໍາແນະນໍາດ້ານການດູແລສຸຂະພາບ, ໃຫ້ຄວາມຮູ້ກ່ຽວກັບການໃຊ້ຢາຢ່າງປອດພັຍ ແລະ ການປ້ອງກັນໂຣກ.
Duration:00:12:59
ການກັບຄືນອອສເຕຣເລັຍຂອງ“the Bali Nine”.
12/17/2024
ຫຼັງຈາກການໃຊ້ຊີວິດໃນຄຸກທີ່ ອິນໂດເນເຊັຍເປັນເວລາຫຼາຍປີ. ບັດນີ້ ພວກເຂົາໄດ້ກັບຄືນປະເທດ ຈາກການເຈຣະຈາລະຫວ່າງ ນາຍົກຣັຖມົນຕີ ແລະປະທານາທິບໍດີຂອງ ອິນໂດເນເຊັຍ. ແຕ່ສະມາຊິກຂອງກຸ່ມ ສອງຄົນໄດ້ຖືກປະຫານຊີວິດ ໃນປີ 2015 ແລະອີກຄົນໜຶ່ງຕາຍດ້ວຍໂຣກ ມະເຮັງ ໃນປີ 2018.
Duration:00:06:45
ພາຍຸໄຊຄະໂລນ Chido ທີ່ເກາະ Mayotte.
12/17/2024
ພາຍຸໄຊຄະໂລນ Chido ທີ່ພັດຖລົ່ມເກາະ Mayotte ຂອງຝຣັ່ງ ແລະໄດ້ສ້າງຄວາມເສັຍຫາຍຢ່າງໜັກ. ນອກຈາກຄວາມເສັຍຫາຍທາງຊັບສິນແລ້ວ, ທາງການຍັງມີຄວາມເປັນຫ່ວງກ່ຽວກັບໂຣກລະບາດ ເຊັ່ນ ໂຣກອະຫິວາ ແລະໄຂ້ປ່າ ທີ່ອາດມາກັບນ້ຳຖ້ວມນຳອີກ. $ນຂນະດຽວກັນ, ທາງຢູໂຮບກໍໃຫ້ຄຳໝັ້ນວ່າ ຈະບໍ່ປະຖິ້ມ Mayotte ແລະຈະໃຫ້ຄວາມສນັບສນູນຢ່າງເຕັມທີ່.
Duration:00:05:50
ປວັດການອະພັຍໂທດ ຂອງອາເມຣິກາ.
12/10/2024
ປະທານາທິບໍດີ ຂອງສະຫະຣັດອາເມຣິກາ ມີອໍານາດ ທີ່ຈະໃຫ້ອະພັຍໂທດຜູ້ໃດກໍໄດ້ ພາຍໃຕ້ຣັຖທັມມະນູນ ຂອງສະຫະຣັດອາເມຣິກາ-ແລະສິດທິພິເສດນັ້ນ ໄດ້ກາຍເປັນຫົວຂໍ້ຂ່າວເມື່ອບໍ່ດົນມານີ້ ເມື່ອ Biden ໄດ້ຕັດສິນໃຈ ທີ່ຈະໃຫ້ອະພັຍໂທດ Hunter ຜູ້ເປັນລູກຊາຍ. ຜູ້ຊ່ຽວຊານດ້ານກົດໝາຍກ່າວວ່າ Donald Trump ອາດຈະໃຊ້ຂໍ້ອ້າງນີ້ ໃຫ້ອະພັຍໂທດ
Duration:00:11:11